ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງ ຂຽນເປັນຕົວອັກສອນຫຍໍ້ວ່າ "ພຊສ" ສັງກັດໃນໂຄງ ປະກອບກົງຈັກ ພາຍໃຕ້ການຊີ້ນໍາ-ນໍາພາ ແລະ ການຄຸ້ມຄອງຂອງອົງການປົກຄອງແຂວງ, ນະຄອນຫຼວງ ທາງດ້ານຊີວິດການເມືອງ ແລະ ຢູ່ພາຍໃຕ້ການຊີ້ນຳ-ນຳພາທາງດ້ານວິຊາການ ຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີພາລະບົດບາດ ເປັນເສນາ ທິການໃຫ້ແກ່ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ອົງການປົກຄອງແຂວງ, ນະຄອນຫຼວງ ໃນການຄຸ້ມຄອງ-ບໍລິຫານ, ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຊຶ່ງປະກອບມີທີ່ດິນ, ນໍ້າ, ອາກາດ, ຊີວະນາໆພັນ, ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ ລວມທັງວຽກງານໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດ, ອຸຕຸນິຍົມ ແລະ ອຸທົກກະສາດ ໃນຂອບເຂດທ້ອງຖິ່ນຂອງຕົນ.